NIPN ສົ່ງເສີມການສ້າງຄວາມອາດສາມາດຂັ້ນແຂວງໃນການວິເຄາະຂໍ້ມູນ ແລະ ນະໂຍບາຍທາງດ້ານໂພຊະນາການໃນເຂດພາກກາງ

ຕ.ລ. 14, 2024

ໂຄງການສ້າງຖານຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການ (NIPN) ໄດ້ດໍາເນີນການຝຶກອົບຮົມເຂັ້ມ ກ່ຽວກັບການວິເຄາະຂໍ້ມູນ ແລະ ການວິເຄາະນະໂຍບາຍໃຫ້ເເກ່ແຂວງຄໍາມ່ວນ ແລະ ສະຫວັນນະເຂດ ໃນລະຫວ່າງວັນທີ 7-11 ຕຸລາ 2024. ໂດຍໄດ້ຈັດຂຶ້ນທີ່ພະແນກແຜນການ ແລະ ການລົງທຶນ ແຂວງຄຳມ່ວນ, ການຝຶກອົບຮົມດັ່ງກ່າວໄດ້ເຂົ້າຮ່ວມໂດຍຕົວເເທນ ຈາກຂະແໜງສາທາລະນະສຸກ, ສຶກສາ, ກະສິກຳ ແລະ ຂະແໜງແຜນການ.

ທ່ານ ວຽງ​ຄອນ ບົວ​ພະຈັນ , ຫົວໜ້າ​ພະ​ແນ​ກຈາກ​ສະ​ຖາ​ບັນ​ຄົ້ນຄວ້າວິໄຈການ​ພັດທະນາ, ກະຊວງ​ແຜນການ ​ແລະ ການ​ລົງທຶນ ​ເປັນ​ປະທານ​ໃນການເປີດກອງປະຊຸມຝຶກອົບຮົມດັ່ງກ່າວ. ເຊິ່ງໃນການຝຶກອົບຮົມຕະຫຼອດໄລຍະເວລາ 5 ວັນ, ຜູ້ເຂົ້າຮ່ວມໄດ້ຄົ້ນຄວ້າໃນຫົວຂໍ້ທີ່ສຳຄັນຕ່າງໆໄດ້ເເກ່:

  • ພາບລວມກ່ຽວກັບພາລະບົດບາດຂອງໂຄງການ NIPN ໃນລະດັບສູນກາງ ແລະ ລະດັບເເຂວງ
  • ການກຳນົດເປົ້າໝາຍ ແລະ ວັດຖຸປະສົງ
  • ເຕັກນິກການຄຸ້ມຄອງຂໍ້ມູນ ແລະການວິເຄາະຂໍ້ມູນ
  • ກອບການຕິດຕາມກວດກາ ແລະ ການປະເມີນຜົນ
  • ການກໍານົດບັນຫາທາງດ້ານໂພຊະນາການ
  • ຍຸດທະສາດການວາງແຜນງານທີ່ອີງໃສ່ຫຼັກຖານ

ການຝຶກອົບຮົມໄດ້ເນັ້ນໃສ່ການປະຕິບັດຕົວຈິງ. ຜູ້​ເຂົ້າ​ຮ່ວມ​ໄດ້​ຝຶກຝົນ​ຄວາມ​ສາມາດ​ຂອງ​ເຂົາ​ເຈົ້າ​ໂດຍການ​ນໍາ​ໃຊ້​ ໂປຣແກມ Excel ​ໃນ​ການ​ວິ​ເຄາະ​ຂໍ້​ມູນ​ສະ​ເພາະ​ຂອງ​ຂະ​ແໜງ​ການຂອງຕົນ​ເພື່ອ​ກຳນົດບັນຫາ ​ແລະ ວິທີການ​ແກ້​ໄຂ​ບັນຫາ​ກ່ຽວ​ກັບ​ໂພຊະນາ​ການ. ນອກຈາກນີ້ຜູ້ເຂົ້າຮ່ວມຍັງໄດ້ຮຽນຮູ້ວິທີການ ນຳເອົາຜົນໄດ້ຮັບຈາກການວິເຄາະຂໍ້ມູນມາສ້າງເປັນ ຄໍາແນະນໍາທາງດ້ານນະໂຍບາຍ.

ໃນ​ບົດ​ກ່າວ​ປີດຂອງ, ທ່ານ ວຽງ​ຄອນ ບົວພະຈັນ ໄດ້ກ່າວຢ້ຳຄືນເຖິງຄວາມສຳຄັນຂອງການຝຶກອົບຮົມ ແລະ ຮຽກຮ້ອງໃຫ້ ນັກສຳມະນາກອນ ຈົ່ງນຳເອົາທັກສະທີ່ໄດ້ຮັບຈາກການຝຶກອົບຮົມເຂົ້າໄປນຳໃຊ້ໃນການປະຕິບັດໜ້າທີ່ຂອງຕົນ. ນອກຈາກນັ້ນຍັງໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ໃນ​ການ​ເພີ່ມ​ທະວີ​ການ​ປະສານ​ງານ​ລະຫວ່າງ​ບັນດາ​ຂະ​ແໜງ​ການ, ພິ​ເສດ​ແມ່ນ​ລະຫວ່າງ​ກອງ​ເລຂາ ຂອງໂຄງການ NIPN ກັບ​ບັນດາ​ຄະນະ​ວິຊາ​ການ​ໃນຂັ້ນ​ແຂວງ, ​ເພື່ອ​ຮັບປະກັນປະສິດທິພາບໃນ​ການ​ປະຕິບັດ​​ວຽກ​ງານ​ທາງດ້ານ​ໂພຊະນາ​ການ.

ການ​ສ້າງ​ຄວາມ​ອາດ​ສາ​ມາດ​ເປັນ​ບາດ​ກ້າວ​ອັນ​ສຳ​ຄັນ​ໃນ​ການ​ປັບ​ປຸງ​ຜົນ​ໄດ້​ຮັບ​ດ້ານ​ໂພ​ຊະ​ນາ​ການ​ຢູ່​ພາກ​ກາງ, ໂດຍ​ສະ​ເພາະ​ຢູ່​ແຂວງ​ຄຳ​ມ່ວນ ແລະ ແຂວງສະ​ຫວັນ​ນະ​ເຂດ. ໂດຍການເສີມຂະຫຍາຍຄວາມອາດສາມາດໃນການວິເຄາະຂໍ້ມູນແລະການສົ່ງເສີມການວາງນະໂຍບາຍໂດຍອີງໃສ່ຫຼັກຖານໃນຂັ້ນເເຂວງ, ໂຄງການ NIPN ມີຈຸດປະສົງເພື່ອຊຸກຍູ້ການປ່ຽນແປງທີ່ມີຄວາມສຳຄັນໃນການແກ້ໄຂສິ່ງທ້າທາຍທາງດ້ານໂພຊະນາການ.

Related posts