NIPN ເພີ່ມທະວີການສ້າງຄວາມອາດສາມາດຂອງແຂວງສໍາລັບການວິເຄາະຂໍ້ມູນໂພຊະນາການ

ຕ.ລ. 3, 2024

ໂຄງການສ້າງຖານຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການ (NIPN) ໄດ້ດໍາເນີນການຝຶກອົບຮົມດ້ານການວິເຄາະຂໍ້ມູນ ແລະ ນະໂຍບາຍໃຫ້ແກ່ແຂວງສາລະວັນ ແລະ ເຊກອງ ໃນລະຫວ່າງວັນທີ 23-27 ກັນຍາ 2024. ເຊິ່ງໄດ້ຈັດຂຶ້ນທີ່ພະແນກແຜນການ ແລະ ການລົງທຶນແຂວງເຊກອງ, ການເຝິກອົບຮົມດັ່ງກ່າວໄດ້ມີຜູ້ຕາງໜ້າຈາກ ບັນດາຂະເເໜງການທີ່ກ່ຽວຂ້ອງເຂົ້າຮ່ວມເຊັ່ນ: ຂະແໜງສາທາລະນະສຸກ, ສຶກສາ, ກະສິກຳ ແລະ ຂະແໜງແຜນການ.

ໃນພິທີເປີດການຝຶກອົບຮົມດັ່ງກ່າວໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ບົວຈອນ ແກ້ວປະດັບສິນ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງເຊກອງ ພ້ອມດ້ວຍ ທ່ານ ວຽງຄອນ ບົວພະຈັນ ຫົວໜ້າພະແນກຄົ້ນຄວ້ານະໂຍບາຍສັງຄົມ ເເລະ ຫຼຸດຜ່ອນຄວາມທຸກຍາກ, ສະຖາບັນຄົ້ນຄວ້າວິໄຈການພັດທະນາ ກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ໂຄວາຣານ ກຸມມາຣານ , ຜູ້ຊ່ຽວຊານດ້ານໂພຊະນາການຈາກອົງການ UNICEF ປະຈຳ ສປປ ລາວ.

ໃນໄລຍະເວລາຫ້າມື້ຂອງການຝຶກອົບຮົມ, ຜູ້ເຂົ້າຮ່ວມຝຶກອົບຮົມໄດ້ຮຽນຮູ້ບັນດາຫົວຂໍ້ທີ່ກວມເອົາບັນຫາທີ່ສໍາຄັນກ່ຽວກັບໂຄງການເຊັ່ນ: ໂຄງຮ່າງການຄຸ້ມຄອງໂຄງການ NIPN ໃນຂັ້ນເເຂວງ, ການຄຸ້ມຄອງ ແລະ ວິເຄາະຂໍ້ມູນ, ກອບການຕິດຕາມກວດກາແລະການປະເມີນຜົນ, ການຕັ້ງບັນຫາທາງດ້ານໂພຊະນາການ ເເລະ  ການວາງແຜນໂດຍອີງໃສ່ຫຼັກຖານ. ການຝຶກອົບຮົມແມ່ນໄດ້ເນັ້ນໃສ່ການປະຕິບັດຕົວຈິງ, ໂດຍຜູ້ເຂົ້າຮ່ວມໄດ້ຮຽນຮູ້ການນໍາໃຊ້ເຄື່ອງມືແບບງ່າຍໆເຊັ່ນ: Excel ສໍາລັບການວິເຄາະຂໍ້ມູນສະເພາະຂອງຂະແຫນງການຂອງຕົນເພື່ອກໍານົດແລະແກ້ໄຂບັນຫາທີ່ກ່ຽວຂ້ອງກັບໂພຊະນາການຢ່າງມີປະສິດທິພາບ.

ໃນພິທີປິດການຝຶກອົບຮົມ, ທ່ານ ນາງ ສີສະຫວັນ ດີດາຣາວົງ ຮອງຫົວໜ້າສະຖາບັນຄົ້ນຄວ້າວິໄຈການພັດທະນາ, ກະຊວງແຜນການ ເເລະ ການລົງທຶນ ໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງການຝຶກອົບຮົມ ແລະ ຮຽກຮ້ອງໃຫ້ນັກສຳມະນາກອນນຳໃຊ້ທັກສະທີ່ໄດ້ຮັບຈາກການຝຶກອົບຮົມເຂົ້າໃນວຽກງານຂອງຕົນ. ນອກຈາກນັ້ນຍັງໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ຂອງ​ການ​ເພີ່ມ​ທະວີ​ການ​ປະສານ​ງານ​ລະຫວ່າງ​ບັນດາ​ຂະ​ແໜງ​ການ, ​ໂດຍ​ສະ​ເພາະ​ແມ່ນ​ລະຫວ່າງ​ກອງ​ເລຂາ NIPN ​ແລະ ຄະນະ​ວິຊາ​ການ​ຂອງໂຄງການ NIPN ໃນຂັ້ນ​ແຂວງ, ​ເພື່ອ​ຮັບປະກັນ​ການ​ປະຕິບັດ​ວຽກ​ງານດ້ານ​ໂພຊະນາ​ການ​ໃຫ້ປະສົບຜົນ​ສຳ​ເລັດ​.

ການສ້າງ​ຄວາມ​ອາດ​ສາ​ມາດ​ເປັນ​ບາດ​ກ້າວ​ສຳ​ຄັນ​ໃນ​ການ​ປັບ​ປຸງ​ຜົນ​ໄດ້​ຮັບ​ດ້ານ​ໂພ​ຊະ​ນາ​ການ​ຢູ່​ແຂວງ​ສາລະ​ວັນ ແລະ ແຂວງ​ເຊ​ກອງ ໂດຍ​ຜ່ານ​ການ​ເພີ່ມ​ທະ​ວີ​ດ້ານການສ້າງຄວາມອາດສາມາດ, ການ​ວິ​ເຄາະ​ຂໍ້​ມູນ ແລະ ການ​ວາງ​ແຜນ​ນະ​ໂຍ​ບາຍ​ຕາມ​ຫຼັກ​ຖານ​ຢູ່​ໃນຂັ້ນເເຂວງ.